ກໍລະນີສຶກສາ
ການຜັນຂະຫຍາຍຫຼັກການສາກົນ ສູ່ການປະຕິບັດຕົວຈິງໃນປະເທດ: ກໍລະນີສຶກສາຂອງວິສາຫະກິດກ່ຽວກັບການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ ໃນ ສປປ ລາວ
ເອກະສານສະບັບນີ້ ສັງລວມກໍລະນີສຶກສາກ່ຽວກັບຫຼັກການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ (RBC) ຂອງບັນດາວິສາຫະກິດໃນ ສປປ ລາວ.
ແບບຢ່າງຈາກ 5 ບົດກໍລະນີສຶກສາໃນຂະແໜງອຸດສາຫະກຳຕັດຫຍິບ, ເຄື່ອງດື່ມ, ຫັດຖະກຳ ແລະ ບໍ່ແຮ່ ໄດ້ສະທ້ອນໃຫ້ເຫັນວິທີການຜັນຂະຫຍາຍຄຳແນະນຳຈາກ ຖະແຫຼງການສາມຝ່າຍວ່າດ້ວຍ ຫຼັກການທີ່ກ່ຽວກັບວິສາຫະກິດຂ້າມຊາດ ແລະ ນະໂຍບາຍທາງສັງຄົມ (ຖະແຫຼງການ MNE) ສູ່ການປະຕິບັດຕົວຈິງໃນສະຖານທີ່ເຮັດວຽກ. ບັນດາກໍລະນີສຶກສາດັ່ງກ່າວ ໄດ້ຍົກໃຫ້ເຫັນແບບຢ່າງຂອງວິສາຫະກິດ ໃນດ້ານການພັດທະນາສີມືແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ນະໂຍບາຍການຈ້າງງານ, ການສ້າງວຽກເຮັດງານທຳ ແລະ ການສົນທະນາທາງສັງຄົມ ເຊິ່ງສະແດງໃຫ້ເຫັນວ່າການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບນັ້ນ ບໍ່ເປັນພຽງແຕ່ນາມມະທຳ ແຕ່ສາມາດສ້າງຜົນປະໂຫຍດທີ່ເປັນຮູບປະທຳໃຫ້ແກ່ທັງວິສາຫະກິດ ແລະ ຜູ້ອອກແຮງງານ.
ເອກະສານສະບັບນີ້ ໄດ້ຖືກສ້າງຂຶ້ນພາຍໃຕ້ “ໂຄງການ ສ້າງຕ່ອງໂສ້ມູນຄ່າທີ່ມີຄວາມຮັບຜິດຊອບໃນອາຊີ ໂດຍຜ່ານການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳໃນການດຳເນີນທຸລະກິດ (ໄລຍະ II), ເຊິ່ງຈັດຕັ້ງປະຕິບັດໂດຍອົງການແຮງງານສາກົນ (ILO) ດ້ວຍການສະໜັບສະໜຸນຈາກ ລັດຖະບານຍີ່ປຸ່ນ (ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ).
Additional details
References
- DOI: https://doi.org/10.54394/00033888
- ISBN Print: 9789220433638
- ISBN Web PDF: 9789220433645