ເສັ້ນທາງທີ່ມີຄວາມສ່ຽງ: ຮູບແບບການເຄື່ອນຍ້າຍ ແລະ ຄວາມຕ້ອງການຂອງແຮງງານເຄື່ອນຍ້າຍລາວຕໍ່ກັບການບໍລິການ

ການຄົ້ນຄວ້າໃໝ່ໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາສຳຄັນທີ່ແຮງງານເຄື່ອນຍ້າຍລາວພົບພໍ້ ແລະ ມາດຕະການເພື່ອຊ່ວຍໃຫ້ເຂົາເຈົ້າໜັ້ນໃຈວ່າສາມາດເຄື່ອນຍ້າຍໄດ້ຢ່າງປອດໄພ ແລະ ໄດ້ວຽກທີ່ມີຄຸນຄ່າ ແລະ ເປັນທໍາຫລາຍຂື້ນ.

Content also available in: English
ການຄຸ້ມຄອງການເຄື່ອນຍ້າຍແຮງງານໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ນັບມີໂຄງສ້າງ ແລະ ເປັນທາງການຫຼາຍຂື້ນ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະເທດປາຍທາງ ໄດ້ຮັບຮອງເອົາກົດໝາຍ ແລະ ນະໂຍບາຍໃໝ່ໆທີ່ພົວພັນກັບການເຄື່ອນໄຫວຂອງແຮງງານ ແລະ ການປົກປ້ອງແຮງງານ. ໄດ້ມີການສ້າງ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈກ່ຽວກັບການເຄື່ອນຍ້າຍແຮງງານໃຫ້ທັນກັບສະພາບການ. ໄດ້ສ້າງຕັ້ງພື້ນຖານໂຄງລ່າງການເຄື່ອນຍ້າຍ ໂດຍຜ່ານການບໍລິການຈັດຫາງານຂອງບໍລິສັດຈັດຫາງານເອກະຊົນ.

ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດກອບການຄຸ້ມຄອງການເຄື່ອນຍ້າຍ ຍັງເປັນສິ່ງທ້າທາຍອັນໃຫຍ່ຫຼວງ ແລະ ຂໍ້ກຳນົດຫຼາຍອັນຢູ່ໃນກົດໝາຍ ແລະ ລະບຽບການໃໝ່ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ. ແຮງງານລາວສ່ວນໃຫຍ່ ຍັງສືບຕໍ່ເຄື່ອນຍ້າຍໄປເຮັດວຽກຜ່ານຊ່ອງທາງທີ່ບໍ່ຖືກຕ້ອງ ຍ້ອນລະບົບການເຄື່ອນຍ້າຍໄປເຮັດວຽກແບບຖືກຕ້ອງມີຄ່າໃຊ້ຈ່າຍສູງ, ໃຊ້ເວລາດົນ ແລະ ສັບຊ້ອນ. ແຮງງານເຄື່ອນຍ້າຍບໍ່ມີແຮງຈູງໃຈທີ່ຈະນໍາໃຊ້ຂະບວນການ ແລະ ຂັ້ນຕອນການເຄື່ອນຍ້າຍທີ່ເປັນທາງການທີ່ມີຢູ່.

ເນື່ອງຈາກວ່າການສຳຫຼວດກ່ຽວກັບສະພາບຂອງແຮງງານເຄື່ອນຍ້າຍລາວແມ່ນມີໜ້ອຍຫຼາຍ ເມື່ອສົມທຽບກັບປະຊາກອນເຄື່ອນຍ້າຍໃນອາຊີຕາເວັນອອກສຽງໃຕ້, ການສຶກສາຂອງອົງການແຮງງານສາກົນໃນຄັ້ງນີ້ ຊ່ວຍຕື່ມຂໍ້ມູນໃສ່ຊ່ອງຫວ່າງຄວາມຮູ້ອັນສຳຄັນກ່ຽວກັບຮູບແບບການເຄື່ອນຍ້າຍ ແລະ ຄວາມຕ້ອງການຂອງແຮງງານເຄື່ອນຍ້າຍຕໍ່ການບໍລິການ. ບົດສຶກສາ ໄດ້ນຳສະເໜີຜົນຂອງການສຶກສາ ແລະ ໃຫ້ຄຳແນະນຳອັນລ້ຳຄ່າ ເຊິ່ງສາມາເອົາໄປນໍາໃຊ້ເພື່ອປັບປຸງກອບນະໂຍບາຍ ແລະ ລະບົບການບໍລິການ - ເປັນການເພີ່ມໂອກາດເພື່ອການເຄື່ອນຍ້າຍແບບປອດໄພ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

Additional details

References

  • ISBN Web PDF: 9789220392973