Social protection
ຍົກສູງລະດັບການເຂົ້າເຖິງລະບົບປະກັນສັງຄົມ ໃນ ສປປ ລາວ: ແຜນງານສຳລັບການປ່ຽນແປງດ້ານດີຈີຕອນ ແລະ ການເພີ່ມ ປະສິດຕິພາບດ້ານບໍລິການຂອງອົງການປະກັນສັງຄົມແຫ່ງຊາດ
ໃນຂະນະທີ່ ອປຊ ລິເລີ່ມຫັນເປັນດີຈີຕອນ, ບົດລາຍງານສະບັບນີ້ສະຫນອງຂໍ້ມູນທີ່ຈຳເປັນສໍາລັບການຊີ້ແນວທາງດ້ານຂະບວນການ ແລະ ການບັນລຸເປົ້າຫມາຍ.
ອົງການປະກັນສັງຄົມແຫ່ງຊາດ (ອປຊ) ກໍາລັງຊອກຫາວິທີການປັບປຸງໃນການໃຫ້ບໍລິການປະກັນສັງຄົມຜ່ານຊ່ອງທາງດີຈີຕອນ. ຂໍ້ລິເລີ່ມທີ່ສໍາຄັນແມ່ນການພັດທະນາແອັບພລິເຄຊັນມືຖືເພື່ອເຊື່ອມໂຍງເຂົ້າກັບລະບົບທີ່ມີຢູ່ແລ້ວຂອງລັດຖະບານເພື່ອຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງປະກັນສັງຄົມໄດ້ງ່າຍຂຶ້້ນ. ເພື່ອບັນລຸວັດຖຸປະສົງດັ່ງກ່າວ, ບົດລາຍງານສະບັບນີ້ໄດ້ນຳສະເໜີການທົບທວນວິເຄາະນະໂຍບາຍແຫ່ງຊາດ ແລະ ນິຕິກຳທີ່ກ່ຽວຂ້ອງວ່າດ້ວຍການຫັນເປັນດີຈີຕອນ; ການວິເຄາະສະຖານະການຂອງລະບົບນິເວດດີຈີຕອນຂອງ ອປຊ ແລະ ຈຸດທີ່ຕ້ອງໄດ້ປັບປຸງ; ແຜນງານລະດັບສູງສຳລັບການພັດທະນາແອັບມືຖື ແລະ ໂຄງຂ່າຍ APIs; ແຜນຍຸດທະສາດສໍາຄັນ, ສະຫນອງຂໍ້ແນະນໍາທີ່ສາມາດປະຕິບັດໄດ້ ແລະ ສ້າງນະວັດຕະກໍາເພື່ອເອົາຊະນະສິ່ງທ້າທາຍດ້ານການດໍາເນີນງານ; ແລະ ຄາໍແນະນາໍສໍາລັບຍຸດທະສາດການຫັນເປັນດີຈີຕອນສໍາລັບ ອປຊ ເພື່ອອ້າງອີງໃນຂັ້ນຕອນລິເລີ່ມຂອງການດໍາເນີນງານການຫັນເປັນດີຈີຕອນ.
Additional details
Author(s)
- ວໍເຣນ ດາລີ
References
- DOI: https://doi.org/10.54394/BUQD6181
- ISBN Web PDF: 9789220419250