ບົດສັງລວມຫຍໍ້ ລາຍງານ ການຄໍານວນຄະນິດສາດ ຂອງ ກອງທຶນປະກັນສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ບົດສັງລວມຫຍໍ້ສະບັບນີ້ ໄດ້ສະຫຼຸບຜົນໄດ້ຮັບ ແລະ ຂໍ້ສະເໜີແນະທີ່ສຳຄັນຈາກ “ບົດລາຍງານ ການຄໍານວນຄະນິດສາດ ຂອງ ກອງທຶນປະກັນສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ”.

Content also available in: English

ການຄໍານວນຄະນິດສາດໃນຄັ້ງນີ້ ໄດ້ມີການປະເມີນຄວາມຍືນຍົງ ດ້ານການເງິນ ຂອງ ກອງທຶນປະກັນສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຜົນໄດ້ຮັບ​ດັ່ງກ່າວ​ໄດ້​ສະເໜີແນະໃຫ້ມີ ​ການ​ປະຕິ​ຮູບ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະ​ເໝີ​ພາບ, ຄວາມ​ໂປ່​ງ​ໃສ, ​ແລະ ການ​ຄຸ້ມ​ຄອງ​ບໍລິຫານ, ​ລວມມີ​ການ​ປັບປຸງອັດຕາ​ການປະກອບສ່ວນ, ການດັດ​ແກ້​ດັດ​ຊະ​ນີ​ເງິນ​ບຳນານ, ການ​ໄຈ້ແຍກ​ກອງ​ທຶນ​ຂອງ​ພາກ​ລັດ ​ແລະ ​ເອກະ​ຊົນ, ​ແລະ ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ຍາວ.