Social protection
ບົດລາຍງານການທົບທວນກາງສະໄໝ ການຈັດຕັ້ງປະຕິບັດຍຸດທະສາດ ປົກປ້ອງສັງຄົມແຫ່ງຊາດ ຢູ່ ສປປ ລາວ
ລັດຖະບານ ແຫ່ງ ສປປ ລາວ ເຫັນເຖິງການປະກອບສ່ວນຂອງການປົກປ້ອງສັງຄົມ ໃນການຫຼຸດຜ່ອນຄວາມທຸກຍາກ, ຄວາມບໍ່ສະເໝີພາບ ແລະ ການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມສະມັກຄີປອງດອງແບບຍືນຍົງ. ດັ່ງນັ້ນ, ຈຶ່ງມີຄວາມໝາຍໝັ້ນໃນການບັນລຸການປົກປ້ອງສັງຄົມທົ່ວປວງຊົນ ໂດຍພິຈາລະນາສະພາບເງື່ອນໄຂດ້ານເສດຖະກິດ-ສັງຄົມແລະ ຊັບພະຍາກອນທີ່ມີ ພ້ອມທັງສ້າງພື້ນຖານປົກປ້ອງສັງຄົມທີ່ສາມາດປົກປ້ອງປະຊາຊົນ ລາວ ທັງໝົດ ຈາກວິກິດການດ້ານເສດຖະກິດ, ສັງຄົມ, ໄພພິບັດທໍາມະຊາດ ແລະ ຄວາມສ່ຽງດ້ານ ອື່ນໆ.
ຈຸດປະສົງຂອງການທົບທວນກາງສະໄໝ ແມ່ນເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ຈົນຮອດປະຈຸບັນ ເພື່ອເປັນພື້ນຖານໃນການກໍານົດທິດທາງຍຸດທະສາດ ສໍາລັບໄລຍະການຈັດຕັ້ງປະຕິບັດຕໍ່ໄປ ພ້ອມທັງເປັນຂໍ້ມູນໃຫ້ແກ່ຄູ່ຮ່ວມພັດທະນາ ເພື່ອພິຈາລະນາການຊ່ວຍເຫຼືອ. ການທົບທວນ ຈະສົມທຽບວຽກ ແລະ ກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດຕົວຈິງ ກັບ ແຜນເບື້ອງຕົ້ນ ທີ່ລະບຸໃນຍຸດທະສາດ ແລະ ປະເມີນຄວາມກ່ຽວຂ້ອງ ລະຫວ່າງ ກິດຈະກໍາ ແລະ ຜົນໄດ້ຮັບຄາດຄະເນ.
Additional details
References
- ISBN: 9789220409671
Related content
ILO Brief
ບົດລາຍງານການທົບທວນກາງສະໄໝ ການຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ ຢູ່ ສປປ ລາວ