ການປັບປຸງກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ ປີ 2018) ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ບົດບັນທຶກດ້ານວິຊາການສະບັບນີ້ ແມ່ນໄດ້ສ້າງຂຶ້ນໃນຕະຫລອດຊ່ວງໄລຍະທີ່ລັດຖະບານແຫ່ງ ສປປ ລາວ ກຳລັງຢູ່ໃນຂັ້ນຕອນການປັບປຸງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງປີ 2018), ໂດຍມີເປົ້້າໝາຍໃຫ້ສຳເລັດໃນປີ 2024 – 2025. ຈຸດປະສົງຂອງເອກະສານສະບັບນີ້ແມ່ນເພື່ອໃຫ້ຂໍ້ສັງເກດ ແລະ ຂໍ້ສະເໜີແນະນຳຕໍ່ກົດໝາຍວ່າດ້ວຍປະກັນສັງຄົມສະບັບປັດຈຸບັນ, ເພື່ອເປັນທິດທາງໃຫ້ແກ່ການສ້າງຮ່າງກົດໝາຍວ່າດ້ວຍປະກັນສັງຄົມສະບັບປັບປຸງໃໝ່.

Content also available in: English

ບົດບັນທຶກດ້ານວິຊາການສະບັບນີ້ ໄດ້ໃຫ້ຂໍ້ສັງເກດ ແລະ ຂໍ້ສະເໜີແນະກ່ຽວກັບກົດໝາຍວ່າດ້ວຍການປະກັນສັງຄົມຂອງ ສປປ ລາວ, ໂດຍມີຈຸດປະສົງໃນການແກ້ໄຂບັນດາມາດຕາ ແລະ ການສ້າງຮ່າງກົດໝາຍສະບັບໃໝ່. ຄຳ​ເຫັນ ​ແລະ ຂໍ້​ສະ​ເໜີແນະ​ດັ່ງກ່າວ ​ແມ່ນ​ອີງ​ໃສ່​ຫຼັກການ ​ແລະ ມາດຕະຖານ​ແຮງ​ງານ​ສາກົນ​ວ່າດ້ວຍວຽກງານ​ປະກັນ​ສັງຄົມ. ຜົນໄດ້ຮັບເຫຼົ່ານີ້ແມ່ນໄດ້ມາຈາກຜົນບັນດາຄຳແນະນຳ “ບົດລາຍງານ ການຄໍານວນຄະນິດສາດ ຂອງ ກອງທຶນປະກັນສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ”.

ບົດບັນທຶກດັ່ງກ່າວໄດ້ຖືກນຳໄປສະເໜີຕໍ່ອົງການປະກັນສັງຄົມແຫ່ງຊາດລາວ ແລະ ຄະນະປັບປຸງກົດໝາຍວ່າດ້ວຍການປະກັນສັງຄົມ ໃນເດືອນພຶດສະພາ ປີ 2024. ການປັບປຸງກົດໝາຍດັ່ງກ່າວ ຈະສະທ້ອນເຖິງການຕັດສິນໃຈຂອງລັດຖະບານກ່ຽວກັບທາງເລືອກດ້ານນະໂຍບາຍຕ່າງໆ, ລວມທັງການປ່ຽນແປງເງື່ອນໄຂສໍາລັບຜົນປະໂຫຍດສະເພາະ, ການຄິດໄລ່ຜົນປະໂຫຍດ, ແລະ ການຊອກຫາແຫຼ່ງເງິນທຶນ. ເຖິງວ່າລາຍລະອຽດຂອງການປະຕິຮູບນະໂຍບາຍເຫຼົ່ານີ້ຍັງບໍ່ທັນໄດ້ຮັບການສະຫຼຸບເທື່ອໃນໄລຍະເວລາຂອງການສໍາເລັດບົດບັນທຶກສະບັບນີ້, ແຕ່ບົດບັນທຶກນີ້ ຈະໄດ້ອ້າງອີງເຖິງບາງສ່ວນຂອງຂໍ້ສະເໜີການແກ້ໄຂຈາກຮ່າງກົດໝາຍທີ່ອະນຸຍາດໃຫ້ອົງການ ILO ເຂົ້າເຖິງໄດ້.