Partnership
60 ປີ ຂອງການຮ່ວມມື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການແຮງງານສາກົນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສະເຫຼີມສະຫຼອງ ວັນຄົບຮອບ 60 ປີ ທີ່ເຂົ້າເປັນສະມາຊິກ ຂອງ ອົງການແຮງງານສາກົນ (ILO), ແມ່ນສຳຄັນທີ່ພົ້ນເດັ່ນໃນຄວາມພະຍາຍາມຂອງການຮ່ວມມື ສຳລັບ ວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ແລະ ມີຄວາມຍຸຕິທໍາສໍາລັບທຸກຄົນ.
5 ທັນວາ 2024
ຂ່າວ ວຽງຈັນ (ຂ່າວ ILO) – ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ສະເຫຼີມສະຫຼອງ ວັນຄົບຮອບ 60 ປີ ທີ່ເຂົ້າເປັນສະມາຊິກ ຂອງອົງການແຮງງານສາກົນ (ILO), ເຊິ່ງໄດ້ສະເຫຼີມສະຫຼອງ ການຮ່ວມມື ທີ່ມີມາຍາວນານ ແລະໄດ້ ອຸທິດຕົນເພື່ອ ຍົກລະດັບວຽກງານທີ່ ມີຄຸນຄ່າ ແລະ ເປັນທຳ, ຍຸຕິທໍາໃນທາງສັງຄົມ ແລະ ການພັດທະນາແບບຍືນຍົງ.
ສປປ ລາວ ໄດ້ ເຂົ້າເປັນສະມາຊິກຂອງ ອົງການແຮງງານສາກົນ ໃນວັນທີ 23 ມັງກອນ ປີ 1964. ພິທີສະເຫຼີມສະຫຼອງນີ້ໄດ້ຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 5 ທັນວາ ເຊິ່ງມີພາກສ່ວນ ທີ່ກ່ຽວຂ້ອງ ຈາກ ລັດຖະບານ ພ້ອມດ້ວຍ ຜູ້ແທນຈາກ ອົງການຈັດຕັ້ງຜູ້ໃຊ້ແຮງງານ, ອົງການຈັດຕັ້ງຜູ້ອອກແຮງງານ ແລະ ຜູ້ແທນຈາກ ອົງການແຮງງານສາກົນ (ILO) ເຂົ້າຮ່ວມໃນພິທີດັ່ງກ່າວ.
ຜູ້ອຳນວຍການໃຫຍ່ ຂອງ ອົງການແຮງງານສາກົນ ILO, ທ່ານ Gilbert F. Houngbo, ໄດ້ ຊົມເຊີຍ ການຮ່ວມມື ໃນໄລຍະ 60 ປີ ຜ່ານມາ ໂດຍຜ່ານຂໍ້ຄວາມທາງ ວິດີໂອ ວ່າ: “ເນື່ອງໃນໂອກາດພິເສດນີ້, ຂ້າພະເຈົ້າຂໍສະແດງຄວາມຊາບຊື້ງຢ່າງສຸດອົກສຸດໃຈມາຍັງໄຕພາຄີຂອງພວກເຮົາທີ່ໄດ້ໃຫ້ການຮ່ວມມືເປັນພິເສດ, ເປັນຄູ່ຮ່ວມງານ ແລະ ມີຄວາມມູ້ງໝັ້ນທີ່ກ້າວໜ້າໃນວຽກງານທີ່ມີຄູນຄ່າ ແລະ ເປັນທຳ.”
ພະນະທ່ານ ຮຈ.ປອ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ໃນນາມຂອງການນໍາຂັັ້ນສູງຂອງລັດຖະບານ ຂ້າພະເຈົ້າຂໍຢືນຢັນວ່າ ຈະເຮັດໃຫ້ ສປປ ລາວ ເປັນ ປະເທດຫນຶ່ງທີີ່ມີຄວາມສໍາເລັດໃນການຈັດຕັັ້ງປະຕິບັດມາດຕະຖານຂອງອົງການແຮງງານສາກົນ ໂດຍສະເພາະ ແມ່ນຕໍ່ບັນດາມາດຕະຖານແຮງງານສາກົນ ທີີ່ພວກເຮົາໄດ້ເຂົ້າເປັນພາຄີແລ້ວ ແລະ ຈະສືບຕໍ່ຮ່ວມມືກັບອົງການ ສາມຝ່າຍພາຍໃນປະເທດ ຄົ້ນຄວ້າຄວາມເປັນໄປໄດ້ໃນການຮັບຮອງ ແລະ ໃຫ້ສັດຕະຍາບັນສົນທິສັນຍາສະບັບອືີ່ນຂອງອົງການ ທີີ່ເຫັນວ່າມີຄວາມສອດສ່ອງ ແລະ ເປັນຜົນປະໂຫຍດໃຫູ້ແກ່ປະເທດຊາດ ແລະ ຊາວຜູູ້ອອກແຮງງານລາວ”.
ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: “ຂະແຫນງແຮງງານ ແລະ ສະຫວັດດີການສັງຄົມໃນຖານະທີ່ເປັນຕົວແທນໃຫ້ແກ່ລັດຖະບານໃນກາດັດສົມສາຍພົວພັນລະຫວ່າງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເພື່ອເປັນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ນອກນັ້ນ ຍັງມີການເຄື່ອນໄຫວຢ່າງຫ້າວຫັນ ເປັນຕົ້ນໄດ້ຄົ້ນຄວ້າແລະຜັນຂະຫຍາຍບັນດາສົນທິສັນຍາທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນມາເປັນນະໂຍບາຍ, ມາເປັນກົດໝາຍ ແລະ ນິຕິກຳຍ່ອຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.”
ທ່ານ ວີໄລ ວົງຂະເສີມ, ຮອງປະທານ ສູນກາງສະຫະພັນກຳມະບານລາວ ໄດ້ກ່າວວ່າ: “ອົງການແຮງງານສາກົນ ແມ່ນໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ກໍາມະບານລາວຕະຫຼອດມາ, ໂດຍລວມ ໂດຍສະເພາະ ແມ່ນການສະໜັບສະໜູນພາຍໃຕ້ໂຄງການຕ່າງໆ ເປັນຕົ້ນ ວຽກງານທີ່ມີຄຸນຄ່າ ແລະ ເປັນທໍາ ແລະ ວຽກງານອື່ນໆ ເພື່ອຮັບປະກັນການປົກປ້ອງສິດ ຜົນປະໂຫຍດອັນຊອບທໍາ ແລະ ຄວາມຍຸຕິທໍາ ໃຫ້ແກ່ກໍາມະກອນ ແລະ ຜູ້ອອກແຮງງານທຸກຖ້ວນໜ້າ. ໃຫ້ໄດ້ຮັບການເຂົ້າເຖີງແລະຄູ້ມຄອງການການປະກັນສັງຄົມ ແລະ ສຸຂະພາບ”.
ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: “ຂ້າພະເຈົ້າຂໍໍຂອບໃຈ ILO ທີ່ໄດ້ໃຫ້ການສະຫນັບສະຫນຸນ ໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໂດຍສະເພາະແມ່ນດ້ານວຽກງານທີ່ເປັນທຳ, ພ້ອມກັນນັ້ນກໍຄືການຈັດຕັ້ງປະຕິບັດ ສົນທີສັນຍາສາກົນ ທີ່ ສປປ ລາວຈະຕ້ອງໄດ້ເຮັດ ເພື່ອໃຫ້ຖືກຕ້ອງຕາມມາດຖານແຮງງານສາກົນ. ອີກຢ່າງຫນຶ່ງທີ່ພວກເຮົາຢາກເນັ້ນຫນັກ ກໍຄື ຄວາມປອດໄພ ແລະ ສຸຂະພາບແຮງງານຢູ່ສະຖານທີ່ເຮັດວຽກກໍຄື (OSH).”
ໃນໄລຍະ 60ປີ ຜ່ານມາ, ການຮ່ວມມື ລະຫວ່າງ ສປປ ລາວ ILO ໄດ້ປັບປຸງ ສິດທິ ຂອງຜູ້ອອກແຮງງານ, ການດຳລົງຊີວິດ ແລະ ມາດຕະຖານ ທາງ ເສດຖະກິດ ແລະ ສັງຄົມ.
ສປປ ລາວ ໄດ້ໃຫ້ສັດຕະຍາບັນ 12 ສົນທິສັນຍາຂອງອົງການແຮງງານສາກົນ ILO, ໃນນັ້ນມີ 7 ສະບັບພື້ນຖານ, ເພີ່ມທະວີການປົກປ້ອງແຮງງານ. ກົດໝາຍວ່າດ້ວຍການຈ້າງງານໄດ້ຮັບການປະກາດໃຊ້ໃນປີ 2023, ໄດ້ຮັບການສະໜັບສະໜູນຈາກ ILO, ຄຽງຄູ່ກັນໄປນັ້ນ ລວມທັງກົດໝາຍວ່າດ້ວຍການປົກປ້ອງທາງສັງຄົມ ແລະ ກົດໝາຍ ປະກັນສຸຂະພາບ ແລະ ນະໂຍບາຍທີ່ໄດ້ມາດຕະຖານສາກົນ. ການພັດທະນາມາດຕະຖານສີມືແຮງງານແຫ່ງຊາດ ໄດ້ອຳນວຍຄວາມສະດວກໃນຂະນະທີ່ການປະຕິຮູບດ້ານອາຊີວະສຶກສາ ແລະ ການສ້າງຂີດຄວາມສາມາດໄດ້ຮັບການສະໜັບສະໜູນໂດຍຜ່ານຂໍ້ລິເລີ່ມຂອງການຮ່ວມມືໃຕ້-ໃຕ້ ກັບ ສປ ຈີນ.
ຄວາມພະຍາຍາມ ເພື່ອຕ້ານການໃຊ້ແຮງງານເດັກ ແລະ ສົ່ງເສີມການເຄື່ອນຍ້າຍທີ່ເປັນທຳໄດ້ຮັບຜົນປະໂຫຍດທີ່ເປັນຮູບປະທຳ, ໄດ້ສ້າງລະບຽບການໃໝ່ເພື່ອເພີ່ມທະວີ ການຄຸ້ມຄອງການເຄື່ອນຍ້າຍແຮງງານ. ໂຄງການຮ່ວມມືກັບພາກວິສາຫະກິດໄດ້ສະຫນັບສະຫນູນທຸລະກິດຈຸລະພາກ ແລະ ຂະຫນາດນ້ອຍ, ໃນຂະນະທີ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ຮັບຜົນປະໂຫຍດຈາກການປັບປຸງຄວາມຮູ້ກ່ຽວກັບ ສິດທິການປົກປ້ອງທາງສັງຄົມ.
“ອົງການ ແຮງງານສາກົນຈະສືບຕໍ່ສະໜັບສະໜູນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະເຮັດວຽກຮ່ວມກັນ, ກ້າວໄປຂ້າງໜ້າເພື່ອໃຫ້ບັນລຸວຽກງານທີ່ມີຄູນຄ່າ, ມີຄວາມເປັນທຳໃນສັງຄົມ ແລະ ຮັບປະກັນວ່າບໍ່ປະປ່ອຍໃຜໄວ້ຂ້າງຫລັງ,” ກ່າວໂດຍທ່ານ ນາງ Xiaoyan Qian, ຜູ້ອຳນວຍການອົງການແຮງງານສາກົນ ILO ປະຈຳກຳປູເຈຍ, ສປປ ລາວ, ແລະ ໄທ.