Social protection
ບົດລາຍງານ ການຄໍານວນຄະນິດສາດ ຂອງ ກອງທຶນປະກັນສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໃນປີ 2021, ອົງການແຮງງານສາກົນໄດ້ຮັບບົດສະເຫນີຂໍການຊ່ວຍເຫຼືອເປັນທາງການຈາກ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ເພື່ອຊ່ວຍໃນການຄໍານວນຄະນິດສາດຂອງກອງທຶນປະກັນສັງຄົມແຫ່ງ ສປປ ລາວ ເພື່ອຈະເປັນຂໍ້ມູນຫັຼກຖານໃນການປັບປຸງກົດຫມາຍປະກັນສັງຄົມ ໃນປີ 2024–25. ມາດຕາ 77 ຂອງກົດຫມາຍວ່າດ້ວຍການປະກັນສັງຄົມ ໄດ້ກໍານົດໃຫ້ມີການປະເມີນຄະນິດສາດປະກັນສັງຄົມໃຫ້ແກ່ລະບົບປະກັນສັງຄົມໃນທຸກໆ 5 ປີ ເຊິ່ງອັດຕາເງິນສົມທົບຈະຕ້ອງໄດ້ມີການປັບປຸງ ເພ່ືອໃຫ້ແທດເຫມາະກັບ ສະພາບການປ່ຽນແປງທາງດ້ານເສດຖະກິດ-ສັງຄົມຂອງປະເທດ. ຜົນຂອງການຄໍານວນຄະນິດສາດຈະຖືກນໍາໃຊ້ໃນການຕັດສິນນະໂຍບາຍດ້ານການປະຕິຮູບລະບົບປະກັນສັງຄົມ, ການປັບປຸງລະບົບ ແລະ ຂະບວນການຄຸ້ມຄອງບໍລິຫານ. ການດັດປັບເພດານເງິນສົມທົບ ກໍຕ້ອງອີງຕາມການປະເມີນທາງດ້ານຄະນິດສາດ ປະກັນສັງຄົມເຊ່ັນກັນ ເຊິ່ງການຄໍານວນຄະນິດສາດໃນຄ້ັງນ້ີ ແມ່ນອີງຕາມຂ້ໍມູນ ວັນທີ 31 ທັນວາ 2021. ບົດລາຍງານຄໍານວນຄະນິດສາດຂອງກອງທຶນປະກັນ ສຸຂະພາບ ແມ່ນແຍກອອກຕ່າງຫາກ.
Additional details
References
- ISBN: 9789220408957