ບົດລາຍງານການສຶກສາດ້ານຄວາມສ່ຽງ ແລະ ກົນໄກການຈ່າຍເງິນອຸດໜູນປົກປ້ອງສັງຄົມ ໃນ ສປປ ລາວ

ການສຶກສາຄວາມສ່ຽງ ແລະ ກົນໄກໃນການຈ່າຍອຸດໜູນປົກປ້ອງສັງຄົມຢູ່ ສປປ ລາວ ແມ່ນໄດ້ສຸມໃສ່ການປະເມີນຄວາມເປັນໄປໄດ້ ແລະ ຄວາມສ່ຽງຂອງຫ້າລະບົບການຈ່າຍເງີນອຸດໜູນທີ່ມີແລ້ວ ຫຼື ລະບົບການຈ່າຍເງີນທີ່ຄາດວ່າຈະນຳໃຊ້ໃນອະນາຄົດ ເພື່ອໃຫ້ມີລະບົບການຈ່າຍອຸດໜູນໄປເຖິງມືຜູ້ໄດ້ຮັບຜົນປະໂຫຍດ ແບບເຊື່ອຖືໄດ້ ແລະ ມີປະສິດຕິພາບ. ຫ້າລະບົບການຈ່າຍເງີນອຸດໜູນນັ້ນລວມມີ ລະບົບຈ່າຍແບບເປັນເງີນສົດ, ຜ່ານທະນາຄານບ້ານ, ທະນາຄານຂອງລັດ ແລະ ທະນາຄານທຸລະກິດ, ກະເປົາເງີນດີຈີຕອນ, ແລະ ບຼອກເຈນ (Blockchain). ຜົນຈາກການສຶກສາຄັ້ງນີ້ອາດຈະຖືກປັບໃຊ້ເຂົ້າໃນລະບົບການຈ່າຍເງີນອຸດໜູນຂອງກອງທຶນສະຫວັດດີການສັງຄົມ, ປະກັນສັງຄົມ ແລະ ການຊ່ວຍເຫຼືອສັງຄົມແບບສຸກເສີນ.

Content also available in: English
Publication details

4 ຕຸລາ 2022

PDF 1.45 MB