Brochure

ຄຳແນະນຳກ່ຽວກັບຄວາມປອດໄພຢູ່ເຮືອປະມົງ

ຄຳແນະນຳນີ້ ມີຈຸດປະສົງເພື່ອໃຫ້ຄຳແນະນຳກ່ຽວກັບຄວາມປອດໄພຢູ່ເຮືອປະມົງ ເພື່ອຮັບປະກັນສຸຂະພາບ ແລະ ຄວາມປອດໄພແຮງງານ (OSH) ແລະ ເພື່ອຫຼຸດຜ່ອນອັນຕະລາຍ ແລະ ການບາດເຈັບໃນເວລາຢູ່ເຮືອປະມົງ.

ຄວາມປອດໄພ ແມ່ນສຳຄັນກັບທຸກໆຄົນທີ່ຢູ່ໃນເຮືອປະມົງ ບໍ່ວ່າທ່ານຈະເປັນລູກເຮືອໃໝ່ ຫຼື ມີປະສົບການມາກ່ອນ, ເປັນວິສະວະກອນ, ນາຍເຮືອ, ຫຼື ຜູ້ບັງຄັບເຮືອກໍ່ຕາມ. ຄຳແນະນຳນີ້ ມີຈຸດປະສົງເພື່ອໃຫ້ ຄໍາແນະນໍາກ່ຽວກັບຄວາມປອດໄພໃນເຮືອປະມົງ ແລະ ສົ່ງເສີມຄວາມຮັບຮູ້ກ່ຽວກັບຄວາມປອດໄພໃຫ້ກັບທຸກຄົນທີ່ມີສ່ວນກ່ຽວຂ້ອງ.

ໂຄງການຮັບປະກັນສິທິແຮງງານແຕ່ເຮືອຮອດຝັ່ງຂອງອາຊີຕາເວັນອອກສຽງໃຕ້, ໂຄງການຮ່ວມມືຫຼາຍປະເທດ, ຂໍ້ລິເລີ່ມປະຈຳປີຫຼາຍປະເທດຂອງສະຫະພາບເອີຣົບ (EU) ແລະ ອົງການສະຫະປະຊາຊາດ (UN) ໄດ້ສ້າງແຜ່ນພັບນີ້ຂື້ນມາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການແຮງງານສາກົນ (ILO) ໂດຍການຮ່ວມມືກັບ ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ແລະ ອົງການສະຫະປະ ຊາຊາດເພື່ອການພັດທະນາ (UNDP). ເປົ້າໝາຍຫຼັກ ແມ່ນເພື່ອສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ ແລະ ວຽກເຮັດງານທຳທີ່ມີຄ່າ ແລະ ເປັນທຳ ສຳລັບແຮງງານເຄື່ອນຍ້າຍທັງໝົດໃນຂະແໜງປະມົງ ແລະ ປຸງແຕ່ງອາຫານທະເລຢູ່ໃນອາຊີຕາເວັນອອກສຽງໃຕ້.