Brochure

ສິດທິແຮງງານຢູ່ໃນຂະແໜງປະມົງ ແລະ ແປຮູບອາຫານທະເລ

ແຜ່ນພັບສະບັບນີ້ ມີຈຸດປະສົງ ໃຫ້ການສະໜັບສະໜູນຊ່ວຍເຫຼືອແຮງງານເຄື່ອນຍ້າຍທີ່ຕ້ອງການໄປເຮັດວຽກຢູ່ປະເທດໄທ ໂດຍສະເພາະເຮັດວຽກຢູ່ໃນຂະແໜງປະມົງ ແລະ ແປຮູບອາຫານທະເລ. ແຜ່ນພັບນີ້ ໄດ້ກວມເອົາບັນດາສິດທິຕ່າງໆ ແລະ ຜົນປະໂຫຍດຕ່າງໆທີ່ແຮງງານສົມຄວນໄດ້ຮັບ.

ແຜ່ນພັບສະບັບນີ້ ສ້າງຂຶ້ນເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບສິດທິແຮງງານໃຫ້ແກ່ແຮງງານເຄື່ອນຍ້າຍໃນຂະແໜງປະມົງ ແລະ ແປຮູບອາຫານທະເລ. ນອກນີ້, ກໍ່ຍັງຊ່ວຍໃຫ້ແຮງງານທີ່ໄປເຮັດວຽກ ຢູ່ໃນ ຂະແໜງປະມົງ ແລະ ແປຮູບອາຫານທະເລຢູ່ປະເທດໄທ ໄດ້ເຂົ້າໃຈເຖິງສິດ ແລະ ຜົນປະໂຫຍດທີ່ເຂົາ ເຈົ້າສົມຄວນໄດ້ຮັບ.

ໂຄງການຮັບປະກັນສິທິແຮງງານແຕ່ເຮືອຮອດຝັ່ງຂອງອາຊີຕາເວັນອອກສຽງໃຕ້, ໂຄງການຮ່ວມມືຫຼາຍປະເທດ, ຂໍ້ລິເລີ່ມປະຈຳປີຫຼາຍປະເທດຂອງສະຫະພາບເອີຣົບ (EU) ແລະ ອົງການສະຫະປະຊາຊາດ (UN) ໄດ້ສ້າງແຜ່ນພັບນີ້ຂື້ນມາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການແຮງງານສາກົນ (ILO) ໂດຍການຮ່ວມມືກັບ ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ແລະ ອົງການສະຫະປະ ຊາຊາດເພື່ອການພັດທະນາ (UNDP). ເປົ້າໝາຍຫຼັກ ແມ່ນເພື່ອສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ ແລະ ວຽກເຮັດງານທຳທີ່ມີຄ່າ ແລະ ເປັນທຳສຳລັບແຮງງານເຄື່ອນຍ້າຍທັງໝົດໃນຂະແໜງປະມົງ ແລະ ປຸງແຕ່ງອາຫານທະເລຢູ່ໃນອາຊີຕາເວັນອອກສຽງໃຕ້.