Brochure

ຄຳແນະນຳ ສຳລັບການອອກໄປເຮັດວຽກ ຢູ່ຕ່າງປະເທດແບບປອດໄພໃນຂະແໜງປະມົງ ແລະ ແປຮູບອາຫານທະເລ

ແຜ່ນພັບສະບັບນີ້ ປະກອບດ້ວຍລາຍລະອຽດເບີຕິດຕໍ່, ຄໍາແນະນໍາຕໍ່ກັບຂະບວນການເຄື່ອນຍ້າຍ ແລະສິດທິແຮງງານອັນສຳຄັນ ແລະ ຜົນປະໂຫຍດຕ່າງໆທີ່ແຮງງານສົມຄວນໄດ້ຮັບ.

ການເຄື່ອນຍ້າຍທີ່ປອດໄພ ແລະ ການເຂົ້າເຖິງການບໍລິການ ແມ່ນມີຄວາມຈໍາເປັນຕໍ່ກັບແຮງງານເຄື່ອນຍ້າຍໃນການມີວຽກເຮັດງານທຳທີ່ມີຄ່າ ແລະ ເປັນທຳ. ໂຄງການຮັບປະກັນສິທິແຮງງານແຕ່ເຮືອຮອດຝັ່ງຂອງອາຊີຕາເວັນອອກສຽງໃຕ້ ໄດ້ສ້າງແຜ່ນພັບນີ້ຂຶ້ນມາເພື່ອຈຸດປະສົງນີ້. ແຜ່ນພັບສະບັບນີ້ ມີຈຸດປະສົງເພື່ອສະໜັບສະໜູນແຮງງານເຄື່ອນຍ້າຍ ລາວ ທີ່ຕ້ອງການໄປເຮັດວຽກຢູ່ປະເທດໄທໃນ ຂະແໜງການປະມົງ ແລະ ແປຮູບອາຫານທະເລ ໃຫ້ເຂົາເຈົ້າຕັດສິນໃຈກ່ຽວກັບການເຄື່ອນຍ້າຍແຮງງານໂດຍມີຂໍ້ມູນ. ແຜ່ນພັບສະບັບນີ້ປະກອບມີລາຍລະອຽດເບີຕິດຕໍ່ຂອງສູນຂໍ້ມູນຂ່າວສານ ສຳລັບແຮງງານເຄື່ອນຍ້າຍ ຢູ່ລາວ, ໂທລະສັບສາຍດ່ວນ, ຄໍາແນະນໍາກ່ຽວກັບການເຄື່ອນຍ້າຍແບບປອດໄພ ແລະ ສິດທິແຮງງານໃນປະເທດໄທ.

ໂຄງການຮັບປະກັນສິທິແຮງງານແຕ່ເຮືອຮອດຝັ່ງຂອງອາຊີຕາເວັນອອກສຽງໃຕ້, ໂຄງການຮ່ວມມືຫຼາຍປະເທດ, ຂໍ້ລິເລີ່ມປະຈຳປີຫຼາຍປະເທດຂອງສະຫະພາບເອີຣົບ (EU) ແລະ ອົງການສະຫະປະຊາຊາດ (UN) ໄດ້ສ້າງແຜ່ນພັບນີ້ຂື້ນມາ ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການແຮງງານສາກົນ (ILO) ໂດຍການຮ່ວມມືກັບ ອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ (IOM) ແລະ ອົງການສະຫະປະ ຊາຊາດເພື່ອການພັດທະນາ (UNDP). ເປົ້າໝາຍຫຼັກ ແມ່ນເພື່ອສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ປອດໄພ ແລະ ວຽກເຮັດງານທຳທີ່ມີຄ່າ ແລະ ເປັນທຳ ສຳລັບ ແຮງງານເຄື່ອນຍ້າຍທັງ ໝົດໃນຂະແໜງປະມົງ ແລະ ແປຮູບອາຫານທະເລຢູ່ໃນອາຊີຕາເວັນອອກສຽງໃຕ້.