ILO Brief

ທະເລທີ່ມີຄື້ນແຮງ: ຜົນກະທົບຂອງພະຍາດໂຄວິດ 19 ຕໍ່ແຮງງານປະມົງ ຢູ່ ອາຊີຕາເວັນອອກສຽງໃຕ້

ບົດສະຫລຸບຫຍໍ້ນີ້ໄດ້ປະເມີນຜົນກະທົບຂອງພະຍາດລະບາດຕໍ່ແຮງງານທີ່ເຮັດວຽກຢູ່ໃນອຸດສາຫະກຳການປະມົງໃນອາຊີ ແລະ ປາຊີຟິກ, ໂດຍສະເພາະແມ່ນຜົນກະທົບຂອງພະຍາດລະບາດຕໍ່ຊາວປະມົງທີ່ເປັນແຮງງານເຄື່ອນຍ້າຍ.

Briefing note | 17 November 2022
ທະເລທີ່ມີຄື້ນແຮງ: ຜົນກະທົບຂອງພະຍາດໂຄວິດ 19 ຕໍ່ກັບແຮງງານປະມົງຢູ່ໃນອາຊີຕາເວັນອອກສຽງໃຕ້ ໄດ້ສະແດງໃຫ້ເຫັນເຖິງຜົນກະທົບອັນຮ້າຍແຮງຂອງພະຍາດໂຄວິດ19 ຕໍ່ກັບຊາວປະມົງ ແລະ ແຮງງານທີ່ເຮັດວຽກຢູ່ໃນຂະແໜງປຸງແຕ່ງອາຫານທະເລທີ່ເປັນແຮງງານເຄື່ອນຍ້າຍ ເຂົາເຈົ້າຖືກຍົກເວັ້ນຈາກໂຄງການບັນເທົາທຸກຂອງລັດຖະບານ, ການປົກປ້ອງຈາກການປະກັນສັງຄົມ ແລະ ການອຸດໜູນຫວ່າງງານໃນໄລຍະວິກິດການ.

ມັນໄດ້ຊີ້ໃຫ້ເຫັນວ່າແຮງງານໄດ້ຖືກ “ເບິ່ງຂ້າມ” ເຊິ່ງບັນດານະໂຍບາຍຕ່າງໆໄດ້ຈຳກັດສິດເສລີພາບໃນການເຄື່ອນໄຫວຂອງເຂົາເຈົ້າຢ່າງຮຸນແຮງ ຫຼື ຈຳກັດບ່ອນເຮັດວຽກຂອງເຂົາເຈົ້າ - ເຮືອຫາປາ - ເຊິ່ງມີຄວາມຫຍຸ້ງຍາກໃນການຕິດຕາມກວດກາ.